Posts

7 ຕຸລາ - ວັນຄູແຫ່ງຊາດລາວ

Image
ມວນມະນຸດໄດ້ດຳເນີນການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນຈາກລະບອບນີ້ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງ ກ່າວນີ້ມີຄົນຈຳພວກໜຶ່ງໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜແລະຊັ້ນຄົນໃດຈະປະຕິ ເສດ ໄດ້ ພວກເຂົາເຫຼົ່ານັ້ນກໍຄື  “ ຄູ ” ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບ ການນັ້ນໄປສູ່ຜູ້ອື່ນໆ ການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ ການສອນ ແລະການຮຽນ. ການສຶກສາໃນປະເທດລາວໃນອາດີດນັ້ນແມ່ນບໍ່ມີຮູບມີແບບຫລືຢ່າງດີກໍຄືການສຶກສາໃນວັດວາອາຣາມ ເຊິ່ງຖືເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວໃນສະໄຫມນັ້ນແລະຜູ້ທີ່ສົນໃຈຢາກສຶກສາ ຮ່ຳຮຽນກໍຕ້ອງບວດຫລືເຂົ້າມາເປັນສັງກະລີຢູ່ວັດເພື່ອຮໍ່າຮຽນ ຂຽນອ່ານ ,  ຮຽນຮູ້ຫຼັກວິຊາ ແລະລິດເດດ ມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ , ການວາດແຕ້ມ , ການປັ້ນ , ການຄັວດລະບາຍສີ , ຢາພື້ນເມືອງ , ວິຊາອາຄົມ ຕະຫຼອດເຖີງລະບຽບວິໄນຕ່າງໆ ທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນ ໄດ້ກ່າວເຖີງຊັ້ນ ແລະລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ