7 ຕຸລາ - ວັນຄູແຫ່ງຊາດລາວ


ມວນມະນຸດໄດ້ດຳເນີນການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າໄປຢ່າງບໍ່ຢຸດຢັ້ງອັນໄດ້ເຮັດໃຫ້ສັງຄົມມະນຸດໄດ້ມີການປ່ຽນຈາກລະບອບນີ້ໄປສູ່ລະບອບສັງຄົມອື່ນ ໃນຂະບວນວິວັດພັດທະນາການດັ່ງ ກ່າວນີ້ມີຄົນຈຳພວກໜຶ່ງໄດ້ມີບົດບາດປະກອບສ່ວນອັນສຳຄັນທີ່ບໍ່ມີໃຜແລະຊັ້ນຄົນໃດຈະປະຕິ ເສດ ໄດ້ ພວກເຂົາເຫຼົ່ານັ້ນກໍຄື ຄູ

ຄູໝາຍເຖີງຄົນທີ່ມີຄວາມຮູ້ແລະປະສົບການ ເຊີ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະປະສົບ ການນັ້ນໄປສູ່ຜູ້ອື່ນໆ ການຖ່າຍທອດຄວາມຮູ້ຈາກຜູ້ຮູ້ ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ ການສອນ ແລະການຮຽນ.

ການສຶກສາໃນປະເທດລາວໃນອາດີດນັ້ນແມ່ນບໍ່ມີຮູບມີແບບຫລືຢ່າງດີກໍຄືການສຶກສາໃນວັດວາອາຣາມ ເຊິ່ງຖືເປັນໂຮງຮຽນແຫ່ງທຳອິດສຳລັບເດັກນ້ອຍລາວໃນສະໄຫມນັ້ນແລະຜູ້ທີ່ສົນໃຈຢາກສຶກສາ ຮ່ຳຮຽນກໍຕ້ອງບວດຫລືເຂົ້າມາເປັນສັງກະລີຢູ່ວັດເພື່ອຮໍ່າຮຽນ ຂຽນອ່ານຮຽນຮູ້ຫຼັກວິຊາ ແລະລິດເດດ ມົນຄາຖາ ໂດຍແມ່ນຄູບາອາຈານເປັນຜູ້ສອນ ແລະສົ່ງຄວາມຮູ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄັວດລະບາຍສີ, ຢາພື້ນເມືອງ, ວິຊາອາຄົມ ຕະຫຼອດເຖີງລະບຽບວິໄນຕ່າງໆ ທີ່ພະພຸດທະເຈົ້າທີ່ໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນ ໄດ້ກ່າວເຖີງຊັ້ນ ແລະລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້.



ພາຍຫຼັງພວກລ່າເມືອງຂື້ນຝັຣງເສດໄດ້ມາຍຶດຄອງລາວໃນປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາ ເຈົ້າໄດ້ນຳເອົາລະບົບການສຶກສາແບບໃຫມ່ ແບບຕາວັນຕົກເຂົ້າມາສູ່ປະເທດລາວ ມາເຖີງປີ ຄ.ສ 1905 ທົ່ວປະເທດມີໂຮງຮຽນ ສອງແຫ່ງຄື: ຫຼວງພະບາງ ແລະວຽງຈັນ ແຕ່ຄົນທີ່ມີໂອກາດ ໄດ້ຮຽນນັ້ນພັດບໍ່ແມ່ນຄົນລາວ ແຕ່ເປັນພວກຝຣັ່່ງ ຫລືລູກຫລານຄົນລາວ ທີ່ເປັນລູກແຫລ່ງ ຕີນມືຂອງຝຣັ່ງ ສະນັ້ນຈຶ່ງເວົ້າໄດ້ວ່າຄົນລາວທີ່ໄດ້ເຂົ້າຮຽນໃນໂຮງຮຽນແມ່ນມີໜ້ອຍເຕັມທີ່ ແຕ່ຢ່າງໃດກໍຕາມ ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6) ທີ່ວຽງຈັນ

ຕໍ່ມາທ້າວຄຳໄດ້ເຂົ້າຮ່ວມຮັບການອົບຮົມຄູເຊີ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖີງວັນທີ່ 7 ຕຸລາ 1907 ທ້າວຄຳເລີ່ມເປັນຄູສອນ ສະນັ້ນທ້າວຄຳຈຶ່ງເປັນຄູລາວຄົນທຳອິດໃນປະຫວັດສາດລາວ ຕໍ່ມາປີ 1907 ນາຍຄູຄຳໄດ້ເຂົ້າເປັນຄູສອນຢູ່ໂຮງຮຽນສ້າງຄູສົງ ທີ່ວັດຈັນ ເຊີ່ງປະກອບມີພະສົງ 50 ກ່ວາອົງໄດ້ເຂົ້າຮຽນ ແລະ ປີ ຄ.ສ 1913 ຄູຄຳ ໄດ້ສອນຢູ່ໂຮງຮຽນ ຕັບໂຟແລງ (ບີເອ ຕັບໂຟແລງ)ພ້ອມດ້ວຍຄູລາວອີກ 3 ຄົນ

ພາຍຫຼັງປະຊາຊົາລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ. ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຕ້ານກັບລັດທິລ່າເມືອງຂື້ນແບບໃໝ່ຂອງຈັກກະພັດ ພາຍນອກ ແລະຜູ້ຮຸກຮານ ໄດ້ຮັບໄຊຊະນະ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສະຖາປານາຂື້ນໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວ ກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວໄດ້ຮັບການພັດທະນາ ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ ລູກຫຼານຂອງປະຊາຊົນບັນດາເຜົ່າ ໄດ້ເຂົ້າຮໍ່າຮຽນ ຢູ່ໂຮງຮຽນ, ພວກເຮົາໄດ້ມີຖັນແຖວຄູ ທີ່ມີນ້ຳໃຈຮັກຫອມປະເທດຊາດ, ມີຄວາມຮູ້ ຄວາມສາມາດ ຊື່ງໄດ້ຜ່ານການອົບຮົມມາຈາກຫຼາຍປະເທດ ໃນພາກພື້ນແຫ່ງໂລກຕາເວັນຕົກ, ຕາເວັນອອກ ແລະຈາກການຊຸບກໍ່ສ້າງ ຢູ່ພາຍໃນປະເທດຢ່າງພຽງພໍ

ຍ້ອນຈິດໃຈອັນຮັກຊາດ ຮັກເສຣີພາບ ຮັກປະຊາທິປະໄຕ ນາຍຄູຄຳບໍ່ອາດທົນເຫັນ ການເອົາລັດ ເອົາປຽບ ການຂົ່ມເຫັງ ການເລື່ອມລ້ຳທາງສັງຄົມ ຂອງບັນດາຝຣັ່ງ ທີ່ກະທຳຕໍ່ຄົນລາວ ມາເຖີງກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍນາຍຄູຄຳໄດ້ລະເບິດຂື້ນຢູ່ວຽງຈັນ ການຕໍ່ສູ້ໄດ້ດຳເນີນໄປຢ່າງຮູນແຮງ ນາຍຄູຄຳໄດ້ຖຶກ ພວກຝັຣງຈັບ ແລະນຳຕົວໄປຂັງຄຸກ ພາຍຫຼັງຖຶກຄຸມຂັງໄດ້ໄລຍະໜື່ງ ນາຍຄູຄຳໄດ້ໂຕນອອກຈາກຄຸກ ແລ້ວຂ້າມແມ່ນ້ຳຂອງໄປອາໄສຢູ່ນຳພີ່ນອ້ງທີ່ບາງກອກ (ປະເທດໄທ). -ປີ 1949 ນາຍຄູຄຳໄດ້ເຈັບປ່ວຍ ແລະໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາລາມ (ປະເທດໄທ).

ດັ່ງນັ້ນ ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມໄດ້ກາຍເປັນພຶດຕິກຳ ໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳໜົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳໜົດເອົາ ວັນເຂົ້າຮັບລາຊະການເພື່ອເປັນຄູຂອງນາຍຄູຄຳ ຊື່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະກຳນົດວັນທີ່ 7 ຕຸລາເພື່ອເປັນວັນຄູແຫ່ງຊາດລາວ.



ຊົມເຊີຍວັນຄູແຫ່ງຊາດ ທີ່ 7 ຕຸລາ ຢ່າງສຸດໃຈ

ຮຽບຮຽງແລະແກ້ໄຂເພີ່ມເຕີມຈາກ www.lo.wikipedia.org

ຮູປພາບປະກອບຈາກ Laos Pictures

Comments